ວັນທີ 11 ກັນຍາ 2025 ທີ່ ພະແນກການຕ່າງປະເທດ ໄດ້ຈັດຊຸດຝຶກອົບຮົມ ການນຳໃຊ້ ລະບົບຈັດເກັບເອກະສານ ເອເລັກໂຕຣນິກ ໃຫ້ແກ່ ພະນັກງານ-ລັດຖະກອນ ພາຍໃນພະແນກ ໂດຍການເປັນປະທານຂອງ ທ່ານ ຈຳປາ ສີດາຄຳ ຫົວໜ້າພະແນກການຕ່າງປະເທດ, ມີວິທະຍາກອນ ຈາກ ຂະແໜງດິຈິຕອນ ແລະ ຄວາມປອດໄພໄຊເບີ, ພະແນກເຕັກໂນໂລຊີ ແລະ ການສື່ສານ ແລະ ສຳມະນາກອນ ພາຍໃນພະແນກການຕ່າງປະເທດ ເຂົ້າຮ່ວມ.
ເນື້ອໃນເອກະສານທີ່ນຳມາສະເໜີໃນການຝຶກອົບຮົມ ປະກອບມີ: ການຫັນເປັນດິຈິຕອນ; ການນຳໃຊ້ລະບົບເວັບໄຊ ແລະ ການນຳໃຊ້ລະບົບຈັດເກັບເອກະສານ ເອເລັກໂຕຣນິກ ການຝຶກ ນອກຈາກຮຽນພາກທິດສະດີແລ້ວ ຍັງໄດ້ເຂົ້າ ພາກປະຕິບັດຕົວຈິງ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ ພະນັກງານ-ລັດຖະກອນ ພະແນກການຕ່າງປະເທດແຂວງອຸດົມໄຊ ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການຫັນເປັນດິຈິຕອນ, ການນຳໃຊ້ລະບົບເວັບໄຊ ແລະ ລະບົບຈັດເກັບເອກະສານ ເອເລັກໂຕຣນິກ ເຂົ້າໃນວຽກງານບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ພ້ອມທັງເປັນການ ຊຸກຍູ້, ສົງເສີມ ການຫັນເປັນດິຈິຕອນ ພາຍໃນແຂວງເທື່ອລະກ້າວ.